ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຂະບວນຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ


     ໃນວັນທີ 27 ມັງກອນ 2024 ນີ້, ສູນກາງແນວລາວສ້າງຊາດ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບສະເຫຼີມສະຫຼອງ ວັນເກີດ ປະ
ທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924 - 8 ກຸມພາ 2024) ທີ່ເດີ່ນ ພະທາດຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ
ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ ສະຫາຍ ຄໍາພັນ ເຜີຍຍະວົງ
ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີການນໍາພັກ-ລັດຂັ້ນສູງ, ຄະນະຮັບຜິດຊອບລະດັບຊາດ, ເຈົ້າ
ຄອງນະຄອນຫຼວງວຽງຈັນ, ອົງການຈັດຕັ້ງພັກ-ລັດ, ກໍາລັງປະກອບອາວຸດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງ
ນະຄອນຫຼວງວຽງຈັນ, ພະນັກງານປະຕິວັດອາວຸໂສບໍານານ, ຄອບຄົວການນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ມວນຊົນຊາວ
ນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງຫຼວງຫຼາຍ.

     ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວເປີດງານວ່າ: ການຈັດຂະບວນການຍ່າງເພື່ອສຸຂະພາບ ເປັນໜຶ່ງໃນບັນດາກິດຈະກຳ ເພື່ອສະເຫຼີມ
ສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ເປັນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳອື່ນໆ ນຳພາພາລະ
ກິດຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍຄືພາລະກິດປົກປັກຮັກສາ
ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງ
ບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດ ໄດ້ເຕີບໃຫຍ່ຂະ
ຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ
ເທື່ອລະກ້າວຢ່າງໜັກແໜ້ນ, ປະທານ ຄຳໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍ
ຄືພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ໂດຍໄດ້ຮັບການມອບໝາຍຫຼາຍໜ້າທີ່ສຳຄັນ, ຈາກຜູ້ແທນລັດຖະບານລາວອິດສະຫຼະ
ປະຈຳເຂດໃຕ້ລາວ, ເປັນປະທານຄະນະກຳມະການຕໍ່ຕ້ານເຂດກາງ, ເປັນກຳມະການສູນກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ,
ເປັນກຳມະການສູນກາງພັກ, ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບ
ປະຊາຊົນລາວ; ເປັນກໍາມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະ
ຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ.

     ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບ
ຮອບ 100 ປີ ອະນຸກຳມະການໂຄສະນາ-ຂະບວນການ ກໍໄດ້ມີຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ. ຈຸດປະສົງຂອງການຈັດ
ງານໃນຄັ້ງນີ້ ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ຂໍ່ານັບຊົມເຊີຍ ວັນສໍາຄັນຕ່າງໆ ຂອງພັກຂອງຊາດ ເປັນຕົ້ນແມ່ນ ເປີດປີ
ທ່ອງທ່ຽວລາວ, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (ວັນທີ 20
ມັງກອນ) ຫາກໍຜ່ານພົ້ນໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນທົ່ວປວງຊົນ ແລະ ວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ
ເພື່ອເປັນການອອກກໍາລັງກາຍໃຫ້ມີສຸຂະພາບແຂງແຮງ ແລະ ມີຄວາມເບີກບານມ່ວນຊື່ນ ເພື່ອພ້ອມກັນ ປະກອບສ່ວນໃນວຽກງານປົກປັກ
ຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ໃຫ້ຈະເລີນສີວິໄລຢ່າງບໍ່ຢຸດຢັ້ງ ແລະ ເພື່ອສືບຕໍ່ມູນເຊື້ອຄວາມສາມັກຄີທົ່ວປວງ
ຊົນລາວທັງຊາດ ໃຫ້ເປັນປຶກແຜ່ນ ພ້ອມທັງສ້າງໂອກາດໃຫ້ບັນດາທ່ານທີ່ເຂົ້າຮ່ວມ ໄດ້ພົບປະໂອ້ລົມ-ທັກທາຍຖາມຂ່າວ ແລະ ແລກປ່ຽນ
ສົນທະນາຢ່າງສ້າງສັນເຊິ່ງກັນ ແລະ ກັນອີກດ້ວຍ.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄຳ
ວັນທີ 29/01/2024